ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົງຄະນະພັກກົມໃຫຍ່ເສນາທິການກອງທັບ ໄຂກອງປະຊຸມຄົບຄະນະກາງສະໄໝທີ VI


    ກອງປະຊຸມຄົບຄະນະກາງສະໄໝ ຂອງອົງຄະນະພັກກົມໃຫຍ່ເສນາທິການກອງທັບ ສະໄໝທີ VI ໄດ້ໄຂຂຶ້ນ ໃນວັນທີ 26 ມິຖຸນາ 2023 ນີ້, ໂດຍການ ເປັນປະທານຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເລຂາຄະນະພັກ ຫົວໜ້າກົມ ໃຫຍ່ເສນາທິການກອງທັບ, ມີບັນດາສະຫາຍຄະນະບໍລິຫານງານພັກ, ກົມຈັດຕັ້ງພັກ, ບັນດາເລຂາ, ຮອງເລຂາ, ຄະນະໜ່ວຍພັກກົມ, ຫ້ອງການ, ບັນດາສະ ຫາຍຄະນະພັກຮາກຖານ, ໜ່ວຍພັກກົມກອງ ທົ່ວກົມໃຫຍ່ເສນາທິການກອງທັບ ເຂົ້າຮ່ວມ. ສະຫາຍ ພັນເອກ ຈັນທາ ບຸນນະວົງ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຄໍາສັ່ງເລກທີ 1544/ຄພກປທ, ວ່າດ້ວຍ ມາດຖານຂອງພະນັກງານນໍາພາ-ຄຸ້ມຄອງໜ້າທີ່ຂອງຄະນະບໍລິຫານງານພັກອົງ ການ ແລະ ຂໍ້ຫ້າມສໍາລັບສະມາຊິກພັກ ຕໍ່ກອງປະຊຸມທາບທາມຄວາມເຊື່ອໝັ້ນໄວ້ວາງໃຈການນໍາພາລວມ ແລະ ບຸກຄົນໃນຄະນະບໍລິຫານງານພັກ ໃນກອງ ປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ກົມໃຫຍ່ເສນາທິການ, ໂອກາດນີ້ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ກ່າວດໍາເນີນປະຊຸມ ຄົບຄະນະກາງສະໄໝ ຂອງອົງຄະນະພັກກົມໃຫຍ່ເສນາທິການກອງທັບ ສະໄໝທີ VI ໂດຍໃຫ້ຮູ້ວ່າ: ການດໍາເນີນກອງປະຊຸມຄັ້ງນີ້ແມ່ນມີຄວາມໝາຍສໍາຄັນ ເປັນຢ່າງຍິ່ງ ເພາະເປັນການປະຕິບັດຕາມລະບຽບຂອງພັກ ກໍຄືຄໍາສັ່ງ, ຄໍາແນະນໍາຂອງກະຊວງປ້ອງກັນປະເທດ ເພື່ອສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍ ມູນເຊື້ອບົດຮຽນການນໍາພາອັນດີງາມຂອງພັກໃນໄລຍະຜ່ານມາ, ປັບປຸງແກ້ໄຂຈຸດອ່ອນຂໍ້ບົກຜ່ອງ ແລະ ສິ່ງທ້າທາຍທົດສອບທີ່ເປັນໄພອັນຕະລາຍຕໍ່ພັກເຮົາ ທີ່ ໄດ້ກໍານົດໄວ້ໃນ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ກົດລະບຽບຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະກະຊວງປ້ອງກັນປະເທດ ກໍຄືມະ ຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ເສນາທິການກອງທັບ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າດ້ວຍຈິດໃຈບຸກທະລຸກ ແນໃສ່ຍົກສູງຄວາມສາ ມາດນໍາພາ ແລະ ລັກສະນະນໍາໜ້າຂອງພັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃນພັກ, ພາຍໃນຊາດ ສືບຕໍ່ປະຕິບັດແນວທາງການປ່ຽນແປງໃໝ່ຮອບ ດ້ານ ແລະ ມີຫຼັກການຂອງພັກ ເດັດດ່ຽວນໍາພາປະຕິບັດສອງໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ພັດທະນະປະເທດຊາດ, ອີກດ້ານໜຶ່ງກໍເພື່ອກວດກາຄວາມ ຮັບຜິດຊອບການເມືອງຂອງບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກ ຕໍ່ກັບການນໍາພາລວມ ແລະ ຄວາມຮັບຜິດຊອບຂອງບຸກຄົນໃນຄະນະ ຕາມການ ແບ່ງປັນ ແບ່ງຄວາມຮັບຜິດຊອບ ຊອກໃຫ້ເຫັນດ້ານຕັ້ງໜ້າທີ່ຈະເສີມຂະຫຍາຍ, ດ້ານອ່ອນຄົງຄ້າງທີ່ຈະໄດ້ແກ້ໄຂປັບປຸງຄວາມຮັບຜິດຊອບການເມືອງກໍຄືການ ປະຕິບັດໜ້າທີ່ຂອງແຕ່ລະສະຫາຍ ປະຕິບັດຫຼັກການຕໍານິຕົນເອງ ຕິຊົມເຊິ່ງກັນແລະ ກັນພາຍໃນພັກ ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນຄະນະ ພັກ, ຍົກສູງນໍ້າໃຈຮັບຜິດຊອບ ແລະ ຄວາມເປັນແບບຢ່າງນໍາໜ້າຂອງຄະນະພັກເພື່ອເປັນໃຈກາງຫຼັກແຫຼ່ງ ໃຫ້ແກ່ການປັບປຸງກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ສ້າງຄວາມເປັນເອກະພາບ, ຄວາມຕັດສິນໃຈໃໝ່, ຄວາມເປັນເຈົ້າການຕັ້ງໜ້າບຸກບືນເຮັດແທ້ທໍາຈິງ ແລະ ຍົກສູງຄວາມຮັບຜິດຊອບຂອງຄະ ນະພັກແຕ່ລະຂັ້ນ ໃນການຄົ້ນຄວ້າກໍານົດທິດທາງ, ມາດຕະການປັບປຸງແກ້ໄຂບັນຫາຕົວຈິງຄວາມຮັບຜິດຊອບໃນອົງການ, ກົມກອງກໍາລັງຫຼວງ ແລະ ທ້ອງຖິ່ນ. ກອງປະຊຸມໃນຄັ້ງນີ້ ຄະນະພັກແຕ່ລະຂັ້ນໄດ້ໃຊ້ສິດປະຊາທິປະໄຕຂອງຕົນເອງ ລົງຄະແນນສຽງໃນການປ່ອນບັດທາບທາມ ຄວາມໄວ້ວາງໃຈຕໍ່ບຸກຄົນໃນຄະນະ ບໍລິຫານງານພັກກົມໃຫຍ່ເສນາທິການກອງທັບ, ກອງປະຊຸມຄົບຄະນະກາງສະໄໝ ຂອງອົງຄະນະພັກກົມໃຫຍ່ເສນາທິການກອງທັບ ສະໄໝທີ VI ຈະດໍາເນີນ ເປັນເວລາ 3 ວັນ ເຊິ່ງປະກອບມີ 3 ວາລະໃຫຍ່ ຄື: ວາລະທີ 1: ທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກຄົນໃນຄະນະບໍລິຫານງານພັກກົມ ໃຫຍ່ເສນາທິການ ສະໄໝທີ VI, ວາລະທີ 2: ກອງປະຊຸມເປີດກວ້າງຄົບຄະນະກາງສະໄໝ, ວາລະທີ 3: ກອງປະຊຸມດໍາເນີນຊີວິດການເມືອງພາຍໃນຄະນະບໍລິ ຫານງານພັກກົມໃຫຍ່ເສນາທິການກອງທັບ.

ແຫຼ່ງທີ່ມາ: ເກດ​ຕະ​ວັນ
ວັນທີ 27/06/2023